ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ-ອີ​ຢູ-ແບນ​ຊິກ ຊຸກຍູ້​ການ​ຮ່ວມ​ມື​ສີຂຽວ​ແບບ​ຍືນ​ຍົງ


     ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 1 ກຸມພາ 2024 ນີ້​ວ່າ: ກອງ​ປະຊຸມ ລັດຖະມົນຕີ​ກະຊວງການ​ຕ່າງປະເທດ ອາ
ຊຽນ
-ສະຫະພາບ​ເອີ​ຣົບ (EU) ຄັ້ງ​ທີ 24 (AEMM) ກຳລັງ​ດຳເນີນ​ຢູ່ ແບນ​ຊິກ.

     ໃນ​ກອງ​ປະຊຸມ, ທ່ານ ບຸຍ​ ແທັງ​ ເຊີນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ຫວຽດນາມ ໄດ້​ກ່າວ​ເນັ້ນ​ໜັກ​ວ່າ: ການ ​ຫັນ​ເປັນສີຂຽວ
ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງເຂດ​ວຽກ​ງານ​ຈຸດ​ສຸມ ​ທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ສຸດ ແລະ ໄດ້​ຮັບ​ບຸລິມະສິດ​ສູງ ​ໃນ​ການ​ຮ່ວມ​ມື​ລະຫວ່າງ ຫວຽດ
ນາມ-ອີ​ຢູ. ການ​ຮ່ວມ​ມື​ການ​ຫັນ​ເປັນ​ສີຂຽວ ກໍ່​ມີ​ລັກສະນະ​ຮອບດ້ານ​ດ້ວຍ​ຫຼາຍ​ຂົງເຂດວຽກງານທີ່​ສຳຄັນ ໃນ​ບຸລິມະສິດ​ພັດທະນາ ​ຂອງ ​ສສ
ຫວຽດນາມ ເຊັ່ນ: ເສດຖະກິດ​ສີຂຽວ, ເສດຖະກິດ​ໝູນວຽນ, ເສດຖະກິດ​ດີ​ຈີ​ຕອນ, ເສດຖະກິດ​ທະເລ. ສຳລັບ ອີ​ຢູ ແລ້ວ, ນີ້​ແມ່ນ​ຂົງເຂດ
​ວຽກ​ງານທີ່​ອາດ​ຈະ​ເປັນ​ທ່າແຮງ​ແຖວ​ໜ້າ​ເລີຍ​ກໍ​ວ່າ​ໄດ້.

     ທ່ານ ຫງວ​​ຽນ ວັນ​ ຖ້າວ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດນາມ ປະຈຳ​ແບນ​ຊິກ, ລຸກ​ຊຳ​ບວກ ທັງ​ເປັນ​ຫົວໜ້າຄະນະ​ຜູ້ຕາງໜ້າ ຫວຽດ
ນາມ ປະຈຳ ອີ​ຢູ ໃຫ້​ຮູ້​ວ່າ: ໃນ​ໂອກາດ​ທີ່​ເດີນທາງ​ໄປ​ເຂົ້າ​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ ບຸຍ ແທັງ​ ເຊີນ ຍັງ​ໄດ້​ໄປ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ປະ
ເທດ ແບນ​ຊິກ ອີກ. ເຊິ່ງ​ໃນ​ການ​ຢ້ຽມຢາມ​ປະເທດ​ດັ່ງກ່າວ ໄດ້​ມີ​ການ​ເຄື່ອນໄຫວ​ເຊື່ອມ​ຕໍ່​ວຽກ​ງານ​ດ້ານ​ເສດຖະກິດ, ສົ່ງເສີມ​ການ​ຄ້າ, ການ
​ລົງທຶນເປັນ​ຈຳນວນ​ຫຼາຍ. ໃນ​ໄລຍະ​ຜ່ານ​ມາການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ດ້ານ​ວຽກ​ງານ​ຕ່າງໆ ຖື​ເປັນ​ພື້ນຖານ​ອັນ​ໝັ້ນ​ແກ່ນ ເພື່ອ​ໃຫ້​ສອງ​ຝ່າຍ
​ຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ ໃນ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດທິ​ຜົນ. ປັດຈຸບັນ, ແບນ​ຊິກ ແມ່ນ​ຄູ່​ຮ່ວມມື​ຍຸດ​ທະ​ສາດຂອງ ​ສສ ຫວຽດນາມ
ໃນ​ຂົງເຂດ​ວຽກ​ງານ​ດ້ານ​ເສດຖະກິດ. ນອກຈາກ​ດ້ານ​ການ​ກະສິກຳ, ແບນ​ຊິກ ຖື​ວ່າ​ເປັນ​ປະເທດ​ໜຶ່ງ​ທີ່​ມີ​ທ່າແຮງ ທາງ​ດ້ານ​ພື້ນຖານ​ໂຄງ​ລ່າງ,
ທ່າ​ກຳປັ່ນ, ພະລັງງານ​ອາຍ​ແກ໊​​ສ​ໄຮ​ໂດຣ​ເຈນ, ການ​ແພດ ແລະ ການ​ຢາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/02/2024